วันจันทร์ที่ 1 สิงหาคม พ.ศ. 2559

วันเสาร์ที่ 25 มิถุนายน พ.ศ. 2559

ວິທີສະມັກອິນເຕີເນັດຂອງ Beeline


ພິມ D0 ສົ່ງໄປ 234 ມື້ລະພັນ

ພິມ W1 ສົ່ງໄປ 234 ເປັນທິດ

ຂໍເຕືອນຢ່າງໜຶ່ງຖ້າເບິ່ງຢູ່ທູບ
ໜັງເລື່ອງໜຶ່ງກະບໍ່ຈົບເໝິດກ່ອນ

วันอาทิตย์ที่ 19 มิถุนายน พ.ศ. 2559

ວິທີໂອນເງິນຂອງ Unitel

ຂັ້ນຕອນ1ສ້າງລະຫັດສີ່ຕົວກ່ອນ
       *901*21*ລະຫັດສີ່ຕົວ#ໂທເລີຍ

ຂັ້ນຕອນ2

*120*020ເບີໂທ*ລະຫັດສີ່ຕົວ*ຈຳນວນເງິນ#ແລ້ວໂທອອກ

ຕົວຢ່າງແບບຟອມ
(ທີ່1)*901*21*0000#ໂທອອກ
(ທີ່2)*120*02099140986*0000*5000#ແລ້ວໂທອອກ

วันพฤหัสบดีที่ 28 มกราคม พ.ศ. 2559

ຄຳສູດຖອດ

            1   ຕັ້ງນະໂມ 3 ເທື່ອ

   ສຸນາຕຸເມ ພັນເຕ ສັງໂຄ ອະຍັງ  ພູມມະຫິ     ອະຍັງ ປະເທສິ ນະຖອດ ໂມຖອນ ພຸດທະເຄື່ອນອອກ    ທຳມະເຄື່ອນອອກ
ສັງຄະເຄື່ອນອອກ ທະລາຍຍະ ສູນຫາຍຍະ
                     ສູດ 3 ເທື່ອຈົບ

             2   ຕັ້ງນະໂມ 3 ເທື່ອ

   ສຸນາຕຸເມ ພັນເຕ ສັງໂຄ ໂຍໂສ ສັງເຄນະ
ສະມຸຫະຄະໂຕ ສະມຸຫະຄະຕາ ສະມຸຫະຄະຕິ ສະມຸຫະຄະຕັດສະ ນະຍັດ
ໂມຍັດ ພຸດທະຍັດ ທຳມະຍັດ ສັງຄະຍັດ
ຕັດສະມາ ຕຸນຫິ ເອວະເມ ຕັງ ທະລາຍາມິ.
                     ສູດ 3 ເທື່ອຈົບ

วันศุกร์ที่ 1 มกราคม พ.ศ. 2559

ຄຳຂວັນແຂວງອັດຕະປື

ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ
ຊົມຜາຮຽງໄຊ ໄຫວ້ພະອົງແສນ
        ພັກແດນສາມັກຄີ

ຄຳຂວັນແຂວງອຸດົມໄຊ

ທ່ຽວອຸດົມໄຊໄປຊົມທຳມະຊາດ
ນ້ຳຕົກຕາດຫົວນ້ຳກັດຊົມວັດທະ
ນະທຳຊົນເຜົ່າໄຫວ້ພະເຈົ້າສິງຄຳ
ດື່ມນ້ຳຊາພັນປີຂີ່ເຮືອທ່ອງທ່ຽວຊົມ
ທຳມະຊາດແຄມຂອງ

ຄຳຂວັນແຂວງຈຳປາສັກ

ເອກະລັກວັດພູກຸຫຼາຍປາກເຊກາເຟປາກຊ່ອງ
ນ້ຳຂອງໂຕນຄອນສີພັນດອນລືນາມ

ຄຳຂວັນແຂວງຄຳມ່ວນ

ຄຳມ່ວນດິນແດນທຳມະຊາດປະຫວັດສາດ
ວິລະຊົນຕົ້ນກຳເນີດລຳຜະຫຍາມະຫາໄຊ
ກິນຊຸບໜໍ່ໄມ້ແກ່ງໄກ່ໃສ່ສານນະມັດສະການ
ພຣະທາດສີໂຄດຕະບອງເປັນເຈົ້າຂອງເຂົ້າໜົມປ່ານປະສານປວງປະຊາເລັ່ງພັດທະນາ
ຊ່ວຍປະຊາໃຫ້ມີສຸກ.

ຄຳຂວັນແຂວງວຽງຈັນ

ເມືອງເກົ່າໄຜ່ໜາມລືນນາມອ່າງນ້ຳງື່ມ
ຕຳນານເດີນລາຍງ້າວອູ້ເຂົ້າຊາວເມືອງ
ຄົນເຮືອງຂັບງື່ມດື່ມດຳທຳມະຊາດ
ປະຊາລາດສາມັກຄີ

ຄຳຂວັນແຂວງຫົວພັນ

ງົດງາມພູຜານ້ຳມ້າສ່ອງໃສວຽງໄຊປະຫວັດ
ສາດຜ້າໃໝຊຳໃຕ້ຫີນຕັ້ງຫົວເມືອງຖິ່ນພູສາມເສົ້າ ຄົກເຂົ້ານ້ຳລິນແຜ່ນດິນວິລະຊົນ

ຄຳຂວັນແຂວງຫຼວງພະບາງ

ຫຼວງພະບາງເມືອງງາມອາຮາມຮຸ່ງເຮືອງ
ງາມພູຕັ້ງຢູ່ກາງເມືອງ ເລື່ອງລືວັດທະນະທຳ
ເມືອງນຸ່ງສິ້ນໃໝ ຂວັນໃຈນັກທ່ອງທ່ຽວ
ເອາະຫຼາມໃສ່ສະຂ່ານ ງາມຊ່ວງເຮືອເດືອນ9
ເມືອງກຽວຄຳຫວານແລະຖ້ຳຕິ່ງເປັນເມືອງມໍລະດົກໂລກ.

ຄຳຂວັນແຂວງບໍ່ແກ້ວ

ບໍ່ແກ້ວມະນີລ້ຳຄ່າຊົມປ່າດອກງິ້ວບານ
ເທດສະການບັນດາເຜົ່າຖິ່ນເມືອງເກົ່າສຸວັນ
ນະໂຄມຄຳຊົມຖ້ຳນ້ຳຍູ້ອູ້ສາວລາວຢວນ
ຊວນຊົມວັດຈອມເຂົາມະນີລັດ
ໄຫວ້ພະທາດສຸວັນນະຜາຄຳ

ຄຳຂວັນແຂວງເຊກອງ

ເອກະລັກພູນາງລາວແວວວາວຄ່ານ່າຊື່ນໃຈ
ທ່ຽວວັງໄງດື່ມເຫຼົ້າໄຫເມືອງດາກຈຶງຄະນຶງ
ຫາສາຍທາລາຕົກຕາດແສກແປດພະໄທ
ຢ່າລືມໄປຂໍປັນກອບບ່ອກຄວາມສາມັກຄີ
ໄປຮູ້ຈັກບຸນປະເພນີບັນດາເຜົ່າ.

ຄຳຂວັນແຂວງໄຊຍະບູລີ

ງາມທາດປວກເມືອງຄອບປະນົມນ້ອມ
ພະທາດມັດຄ່າ ເມືອງເງິນແສນເພີດເພີນ
ພະທາດຊຽງລົມ ເມືອງຊຽງຮ່ອນ
ອອນຊອນບຸນບັ້ງໄຟເມືອງປາກລາຍ
ງາມເຫຼືອຫຼາຍສາວດອກຝ້າຍຈັນເມືອງ
ແກ່ນທ້າວຫວານນ້ຳໝາກພ້າວເມືອງບໍ່ແຕນ
ແດນພູເຂົາຊ້າງເມືອງຫົງສາ-ເມືອງທົ່ງ
ຮວງເຂົ້າກົ່ງເມືອງພຽງສຽງຂັບລຳລ່ອງຮຸ່ງ
ເມືອງໄຊຍະບູລີ.